ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ, ສ ເກົາຫຼີ ແລະ​ ຍີ່ປຸ່ນ ຈະ​ດຳເນີນ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ຄືນໃໝ່

     ຕາມ​ຂ່າວ​ຈາກ​ໜັງສືພິມ ຢອນ​ຮັບ (Yonhap) ສ ເກົາຫຼີ​ລາຍ​ງານ​ວ່າ: ວັນ​ທີ 26 ກັນຍາ ນີ້, ກະຊວງ​ການ​ຕ່າງປະເທດ ສ ເກົາຫຼີ ປະກາດ
ສ ເກົາຫຼີ, ​ສປ ຈີນ ແລະ ​ຍີ່ປຸ່ນ​ໄດ້​ເຫັນ​ດີ​ດຳເນີນ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ຄືນໃໝ່ ເທົ່າ​ທີ່​ຈະ​ໄວ​ໄດ້, ພາຍຫຼັງ​ທີ່​ຢຸດຕິ​ມາ​ເປັນ​ເວລາ​ຫຼາຍ​ປີ.

     ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຖະແຫຼງ​ຂ່າວ, ໂຄສົກ​ກະຊວງ​ການ​ຕ່າງປະເທດ ສ ເກົາຫຼີ ລິມ​ຊູ-ສຸກ (Lim Soo-suk) ໃຫ້​ຮູ້​ວ່າ: ກອງ​ປະຊຸມ
​ລະດັບ​ສູງ​ທີ່​ດຳເນີນ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ​ກັບ ຍີ່ປຸ່ນ ແລະ ຈີນ ໄດ້​ເຫັນ​ດີ​ດຳເນີນ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ໃນ​ເວລາ​ມໍ່ໆ​ນີ້, ໂດຍ​ໃຫ້​ຝ່າຍ
​ຕ່າງໆ​ ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ຕ່າງປະເທດ​ສາມ​ຝ່າຍ​ໂດຍ​ໄວ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສາມ​ປະເທດ.

     ຕາມ​ແຫຼ່ງ​ຂ່າວ​ທາງ​ການ​ທູດ​ແລ້ວ, ສ ເກົາຫຼີ ສະເໜີ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ໃນ​ເດືອນ ທັນວາ 2023. ໃນ​ມື້​ດຽວ​ກັນ, ໂຄສົກ​ກະ
ຊວງ​ການ​ຕ່າງປະເທດ​ຈີນ ຫວັງ ເຫວີນ ປັນ (Uong Van Ban) ຢືນຢັນ​ວ່າ: ບັນດາ​ເຈົ້າ​ໜ້າທີ່​ຂອງ​ສາມ​ປະເທດ ໄດ້​ເຫັນ​ດີ​ດຳເນີນ​ການ​ພົບ​ປະ
​ຂັ້ນ​ສູງ​ລະຫວ່າງ​ການ​ນຳ​ຂອງ​ສາມ​ປະເທດ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຟື້ນ​ຟູ​ກົນ​ໄກ​ຮ່ວມ​ມື​ສາມ​ຝ່າຍ​ລະຫວ່າງ​ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ, ໃນ
​ນັ້ນ​ມີ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຟື້ນ​ຟູ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ທີ່​ຖືກ​ໂຈະ​ມາ​ຕັ້ງແຕ່​ປີ 2019.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/10/2023